ຄຳ​ຢັ້ງ​ຢືນ​ກ່ຽວ​ກັບ​ Huawei Health ແລະ ຄວາມລັບສ່ວນຕົວ

ອັບເດດຫຼ້າສຸດ: ວັນທີ 1 ຕຸລາ 2019

Huawei Health ໃຫ້​ຄຸນ​ສົມ​ບັດ​ການ​ຕິດ​ຕາມສຸຂະພາບ ແລະ ຄວາມ​ຟີດນອກ​ເໜຶອກ​ຈາກ​ການ​ຝຶກ​ສອນ​ການ​ອອກ​ກຳ​ລັງ​ກາຍ​ແບບ​ມື​ອາ​ຊີບ ແລະ ການ​ບໍ​ລິ​ການ​ດ້ານສຸຂະພາບ. ແອັບນີ້ຈຳເປັນຕ້ອງເຊື່ອມຕໍ່ກັບອິນເຕີເນັດໃນລະຫວ່າງໃຊ້ ແລະ ຈຳເປັນຕ້ອງເຂົ້າ​ເຖິງການອະນຸຍາດ ຫຼື ຄຸນ​ສົມ​ບັດຕໍ່​ໄປ​ນີ້: ທີ່​ຕັ້ງ, Bluetooth, ກ້ອງຖ່າຍຮູບ, ໄມໂຄຣໂຟນ, ​ລາຍ​ຊື່, ບັນທຶກການໂທ, ໂທລະສັບ ແລະ ​ບ່ອນ​ເກັບ​ຂໍ້​ມູນ. ນອກຈາກນີ້ ມັນຈຳເປັນຕ້ອງໄດ້ເກັບເອົາ ແລະ ປະມວນຜົນຂໍ້ມູນຕໍ່ໄປນີ້:

• ຂໍ້​ມູນ​ອຸ​ປະ​ກອນ ແລະ ເຄືອຂ່າຍ, ລວມ​ທັງຕົວ​ລະ​ບຸ​ອຸ​ປະ​ກອນ, ການຕັ້ງຄ່າອຸ​ປະ​ກອນ, ການຕັ້ງຄ່າສ່ວນ​ຕົວ, ທີ່ຢູ່ IP ແລະ ປະເພດເຄືອ​ຂ່າຍ​ຂອງ​ທ່ານ.

• ຂໍ້​ມູນ​ສ່ວນ​ຕົວ, ລວມ​ທັງ HUAWEI ID ຂອງ​ທ່ານ ແລະ ລວງ​ສູງ ແລະ ນ້ຳ​ໜັກ​ຂອງ​ທ່ານ, ເຊິ່ງ​ຈະ​ຊ່ວຍ​ແອັບ​ນີ້​ໃຫ້​ຂໍ້​ມູນ​ຖືກ​ຕ້ອງ​ເພີ່ມ​ຂຶ້ນ.

• ຂໍ້​ມູນ​ຄວາມ​ຟິດ, ລວມ​ທັງ​ທີ່​ຕັ້ງ​ອຸ​ປະ​ກອນ, ເສັ້ນ​ທາງ​ອອກ​ກຳ​ລັງ​ກາຍ, ປະເພດການ​ອອກ​ກຳ​ລັງ​ກາຍ, ປະ​ເພດ ແລະ ໄລຍະເວລາ, ຮູບ​ແບບ​ການ​ແລ່ນ, ​ຈຳ​ນວນ​ກ້າວ​ຍ່າງ, ໄລຍະ​ທາງ​, ການ​​ເລື່ອນ​​ລະ​ດັບ​ທີ່​ໄດ້​ຮັບ, VO2 ​ສູງ​ສຸດ ແລະ ອັດ​ຕາ​ຫົວ​ໃຈ​ໃນ​ເວ​ລາ​ອອກ​ກຳ​ລັງ​ກາຍ. ຂໍ້​ມູນ​ນີ້​ຈະ​ຖືກ​ເກັບ​ເອົາ​ເພື່ອ​ຈຸດ​ປະສົງ​ຂອງ​ການ​ເກັບ​ມ້ຽນ ແລະ ການ​ສະ​ແດງ​ຜົນ.

• ຂໍ້​ມູນສຸຂະພາບ, ລວ​ມ​ທັງ ການນອນ, ອັດ​ຕາ​ຫົວ​ໃຈ, ຄວາມ​ຄຽດ ແລະ ເປີ​ເຊັນ​ໄຂ​ມັນ​ໃນ​ຮ່າງ​​ກາຍ​ເພື່ອ​ຈັດ​ເກັບ ແລະ ສະ​ແດງ​ຜົນ.

ຂໍ້ມູນສຸຂະພາບ ແລະ ຄວາມຟິດຂ​ອງ​ທ່ານ​ມີຂໍ້ມູນສ່ວນຕົວ​ທີ່​ອ່ອນ​ໄຫວ. ວິ​ທີ​ທີ່​ຂໍ້​ມູນ​ນີ້​ຖືກ​ໃຊ້ – ​ລວມ​​ເຖິງ ບໍ່​ວ່າ​ມັ​ນ​ຈະ​ຖືກ​ອັບ​ໂຫຼດ​ໃສ່ Huawei Health Cloud ຫຼື ບໍ່​ກໍ່​ຕາມ, ​ບ່ອນ​ທີ່​ມັນ​ຖືກ​ອັບ​ໂຫຼດ​ໃສ່, ​ແລະ ຜູ້​ທີ່​ຈັດ​ການ​ມັນ – ​ຂຶ້ນ​ຢູ່​ກັບ​ຈຸດ​ທີ່​ຕັ້ງ​ຂອງ​ທ່ານ, ​ປະ​ເທດ/ພາກ​ພື້ນ​ທີ່​ທ່ານ​ເລືອກ ຫຼື ຂໍ້​ມູນການ​ເຂົ້າ​ສູ່​ລະ​ບົບ​ບັນ​ຊີ​ທີ່​ທ່ານ​ໃຫ້. ​ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ, ​ໄປ​ທີ່ ​ຂ້ອຍ > ການຕັ້ງຄ່າ > ການຕັ້ງຄ່າຄວາມເປັນສ່ວນຕົວ.

​ແອັບ​​ນີ້ຈະ​ໃຊ້​ໄດ້​ພຽງ​ແຕ່​ຖ້າ​ທ່ານ​ເຫັນ​ດີ​ນຳ​ການ​ເກັບ​ເອົາ​ຂໍ້​ມູນ​ຂ້າງ​ເທິງ ແລະ ໃຫ້​ການ​ອະ​ນຸ​ຍາດ​ທີ່​ຈຳ​ເປັນ​ເທົ່າ​ນັ້ນ. ເພື່ອ​ຢຸດ​ການ​ເກັບ​ກຳ ແລະ ການ​ປະ​ມວນ​ຜົນ​ຂໍ້​ມູນ​ຂ້າງ​ເທິງ ແລະ ຍົກ​ເລີກ​ການ​ອະ​ນຸ​ຍາດ​ທີ່​ທ່ານ​ໄດ້​ອະ​ນຸ​ຍາດ, ຖອນຕິດຕັ້ງແອັບ ຫຼື ໄປ​ທີ່ ​ຂ້ອຍ > ການຕັ້ງຄ່າ > ການຕັ້ງຄ່າຄວາມເປັນສ່ວນຕົວ ແລະ ປິດສະ​ວິດ​ສຳ​ລັບ​ຂໍ້​ມູນ​ທີ່​ທ່ານ​ບໍ່​ຕ້ອງ​ການ​ແຊ​ຣ໌.

ສະແດງເພີ່ມຕື່ມ